ຍິນດີຕ້ອນຮັບທຸກທ່ານສູ່ແຫຼ່ງທ່ອງທ່ຽວພູຫຍ້າຄາບ້ານຫຼັກ 32 ເມືອງໄຊ ແຂວງອຸດົມໄຊ
ປະຫວັຄວາມເປັນມາຂອງ ພູຫຍ້າຄາ ບ້ານຫຼັກ 32 ເມືອງໄຊ.
ພູຫຍ້າຄາ ມີຮູບຮ່າງລັກສະນະສະເພາະ ເປັນພູປອກໂລ້ນ ມີຫຍ້າຄາ, ຫຍ້າແຝກ ແລະປ່າໄມ້ໃຫຍ່ຕຶບໜາ ສະຫຼັບຊ້ອນກັບໂງ່ນຫີນເປັນບໍລິເວນກວ້າງ ໂງ່ນຫີນທີ່ມີຮູບຮ່າງຄືກັບຫົວງູໃຫ່ຍ, ມີເກັດຄືກັບເຕົ່າ, ເກັດປາ ແລະ ອື່ນໆທີ່ແຕກຕ່າງກັນໄປ ໄດ້ຄົນພົບເມື່ອປີ........ເມື່ອກ່ອນ ເຜົ່າກຶມມຸໄດ້ເອີ່ນວ່າ: ພູມົກກຼາງດົນ ພາສາລາວ ແມ່ນ ພູຫີນກິດ ເຜົ່າມົ້ງເອີ້ນວ່າ: ພູຈົງແມຈູ ພາສາລາວແມ່ນ ພູພາເຂົ້າ ແລະໄດ້ເອີ້ນຕໍ່ໆກັນມາຫຼາຍເຊັ່ນຄົນ ເນື່ອງຈາກພູດັ່ງກ່າວນັ້ນ ເຕັມໄປດ້ວຍຫຍ້າຄາຕັ້ງແຕ່ໃດໆມາ ຈິ່ງຈິ່ງເອີ້ນກັນຕັ້ງແຕ່ນັ້ນມາວ່າ ພູຫຍ້າຄາຈນເຖິງປັດຈຸບັນ.
ກ່ອນປົດປ່ອຍປະເທດຊາດ ປີ 1968-1969 ພູຫຍ້າຄາ ແມ່ນຖືກພວກທະຫານສັດຕູໃຊ້ເປັນຖານທີ່ໝັ້ນ ພວກເຂົາໄດ້ສ້າງສະໜາມບິນສຳລັບຍົນເຮຣີຄັອບເຕີ້ຂົນສົ່ງສະບຽງອາຫານ, ອາວຸດ ຍຸດໂທປະກອນຕ່າງໆ ເພື່ອຕໍ່ສູ້ກັບຝ່າຍປະຕິວັດພວກເຮົາ ແຕ່ຝ່າຍກຳລັງປະຕິວັດ ແນວລາວຮັກຊາດຂອງພວກເຮົາໄດ້ໃຊ້ຄວາມພະຍາຍາມ ແລະຄວາມສະຫຼາດຊອງໃສ່ຂອງພັກ. ປີ 1969 ກໍາລັງປະຕິວັດ ໄດ້ປຸກລະດົມຂົນຂວາຍ ປະຊາຊົນລາວບັນດາເຜົ່າ ຕີ-ຂັບໄລ່ພວກທະຫານສັດຕູດ້ວຍຫຼາຍຮູບແບບ ແລະດ້ວຍອາວຸດຍຸດໂທ, ກຳລັງທະຫານທີ່ອ່ອນນ້ອຍ ຈິ່ງອາໄສຍຸດທະສາດ ແລະແນວຄິດທີ່ແສນສະຫຼາດຂອງກຳລັງປະຕິວັດພວກເຮົາ ຈິ່ງໃຊ້ໄຟຈູດຫຍ້າຄາອ້ອມຄ້າຍທະຫານສັດຕູ ຈົນລູກລາຍໄປທົ່ວບໍລິເວນ ຈິ່ງເຮັດໃຫ້ທະຫານສັດຕູແຕກກະຈາຍ ໂດຍບໍ່ໄດ້ໃຊ້ການປະທະດ້ວຍກຳລັງອາວຸດແຕ່ຢ່າງໃດ ແຕ່ກໍສາມາດຕີຖານທີ່ໝັ້ນຂອງທະຫານສັດຕູໃຫ້ແຕກໄດ້. ນັບແຕ່ນັ້ນມາ ພູຫຍ້າຄາ ໄດ້ເປັນທີ່ໝັ້ນຂອງກຳລັງຂອງແນວລາວຮັກຊາດ ແລະປະຊາຊົນຈຳນວນໜຶ່ງໃນເຂດບໍລິເວນໃກ້ຄຽງ ໄດ້ລ້ຽງສັດຢູ່ພູແຫ່ງນັ້ນມາຈົນເຖິງປັດຈຸບັນ.
The history of Phou Nha Kha, village 32, Xay District.
Nha Kha Mountain has a unique shape, a flat mountain with grass, weeds, and dense forests, interspersed with large rocks. Rocks shaped like large snake heads, with scales like turtles, fish scales, and other different things were found in the year ......... In the past, the Kummu tribe called it: Phum Krang Don, in Lao, it is Phou Hin Kit. The Hmong tribe called it: Phou Chong Me Chu, in Lao, it is Phou Pha Khao. And it has been called by many people since then. Because the mountain has always been full of grass, it has been called Phou Nha Kha Chan until now.
Before the liberation of the country in 1968-1969, Phu Nha Kha was used by enemy soldiers as a base. They built an airport for helicopters to transport food, weapons, and other equipment to fight against our revolutionary forces. However, our Lao Patriotic Front revolutionary forces used the efforts and intelligence of the party. In 1969, the revolutionary forces mobilized the Lao people of all ethnic groups to fight and repel the enemy soldiers with various forms and weapons. The small military force relied on the strategy and clever thinking of our revolutionary forces. They used fire to set the enemy soldiers' camp ablaze until the bullets scattered all over the area, scattering the enemy soldiers without using any armed force, but were able to destroy the enemy soldiers' base. Since then, Phu Nha Kha has been a stronghold of the Lao Patriotic Front forces, and a number of people in the surrounding area have been raising livestock on the mountain to this day














